ເງື່ອນໄຂການສະໝັກສະມາຊິກ
ສະມາຄົມຄົນພິການແຫ່ງຊາດລາວ

ພວກເຮົາເຂົ້າໃຈວ່າສະມາຊິກຜູ້ໃຊ້ງານຂອງເຮົາໃຫ້ຄວາມສຳຄັນສຳລັບຂໍ້ມູນທີ່ເປັນສ່ວນບຸກຄົນ ແລະ ວິທີການເກັບຮັກສາຂໍ້ມູນສ່ວນບຸກຄົນນັ້ນ ທາງເຮົາມຸ້ງໝັ້ນທີ່ຈະຈັດການຂໍ້ມູນສ່ວນຕົວຂອງທ່ານໃຫ້ເປັນໄປຕາມລະບຽບນະໂຍບາດ ແລະ ກົດໝາຍທີ່ກ່ຽວຂ້ອງເມື່ອທ່ານສະໝັກເປັນສະມາຊິກຜູ້ໃຊ້ງານກັບທາງພວກເຮົາ.

ຜູ້ທີ່ເປັນສະມາຊິກຕ້ອງຍ້ອມຮັບ ແລະ ຍິນດີໃຫ້ການສະໜັບສະໜູນ ພ້ອມມີສ່ວນຮ່ວມກັບທຸກກິດຈະກຳທີ່ເປັນຜົນປະໂຫຍດແກ່ສະມາຊິກຮ່ວມກັນ ແລະ ແກ່ສັງຄົມ.

ການມີສ່ວນຮ່ວມຂອງສະມາຊິກ: ສະມາຊິກທີ່ມີທຸລະກິດ, ຜະລິດຕະພັນ ຫລື ສິນຄ້າເປັນຂອງຕົນເອງ ຕ້ອງສົ່ງເສີມຊ່ວຍເຫລືອສະມາຊິກຮ່ວມກັນໂດຍການໃຫ້ສ່ວນຫຼຸດຄ່າສິນຄ້າ, ບໍລິການ 10% ຫຼື ຂື້ນກັບຄວາມພໍໃຈຂອງສະມາຊິກເອງ

ຜູ້ທີ່ເປັນສະມາຊິກ ແລະ ຖືບັດສະມາຊິກຈະໄດ້ຮັບສ່ວນຫລຸດ 10% ຫລື ຂື້ນກັບຄວາມພໍໃຈຮ່ວມກັນ ໃນ ການຊຳລະ ຫລື ໃຊ້ບໍລິການກັບສະມາຊິກຮ່ວມກັນ.

ຫຼັກການໃນການສະໝັກເປັນສະມາຊິກ ແລະ ອອກບັດ

ກ.) ກໍລະນີຍັງບໍ່ເຄີຍເປັນສະມາຊິກສະມາຄົມໃດມາກ່ອນ

1) ດາວໂຫລດແອບ ແລະ ປະກອບຂໍ້ມູນຕາມໜ້າແອບ;
2) ຕິດຂັດເອກະສານບັດປະຈຳຕົວ, ປື້ມສຳມະໂນຄົວ ຫຼື ໃບຢັ້ງຢືນທີ່ຢູ່;
3) ອ່ານ ແລະ ຍ້ອມຮັບເງື່ອນໄຂການສະໝັກເປັນສະມາຊິກ;
4) ສົ່ງຂໍ້ມູນ;
5) ພະນັກງານຮັບຜິດຊອບຈາກສະມາຄົມຄົນພິການແຫ່ງຊາດລາວກວດສອບຂໍ້ມູນ ແລະ ອະນຸມັດ;
6) ພີ້ມບັດ ແລະ ສົ່ງມອບໃຫ້ສະມາຊິກ;

ຂ.) ກໍລະນີເປັນສະມາຊິກຂອງສະມາຄົນໃດໜຶ່ງແລ້ວ

1) ແຈ້ງຈຸດປະສົງ ຫຼື ສະເໜີເຈດຈຳນົງໃຫ້ກັບ ສະມາຄົມທີ່ຕົນຂື້ນກັບ ໃນການສະໝັກເປັນສະມາຊິກຂອງ;ສະມາຄົມຄົນພິການແຫ່ງຊາດລາວ;
2) ພະນັກງານສະມາຄົມນັ້ນໆ ສົ່ງຂໍ້ມູນທີ່ກ່ຽວຂ້ອງຫາສະມາຄົມຄົນພິການແຫ່ງຊາດລາວ;
3) ພະນັກງານຮັບຜິດຊອບຈາກສະມາຄົມຄົນພິການແຫ່ງຊາດລາວກວດສອບຂໍ້ມູນ ແລະ ອະນຸມັດ;
4) ພີ້ມບັດ ແລະ ສົ່ງມອບໃຫ້ກັບສະມາຊິກ;

ຄ.) ຄ່າສະໝັກສະມາຊິກ ແລະ ຄ່າພີ້ມບັດ

1) ຄ່າສະໝັກເປັນສະມາຊຊິກ (ບໍ່ໄດ້ເສຍ)
2) ຄ່າພີ້ມບັດແມ່ນ 50,000 ກີບຕໍ່ບັດ;
3) ມີອາຍຸການນຳໃຊ້ແມ່ນ 5 ປີເລີ່ມຈາກມື້ລົງທະບຽນ

ສະມາຄົມຄົນພິການແຫ່ງຊາດລາວ ຫລື ສພຊລ ແມ່ນອົງການຈັດຕັ້ງທາງສັງຄົມໜຶ່ງທີ່ຂື້ນກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມີພາລະບົດບາດເຕົ້າໂຮມຄວາມສາມັກຄີ, ຊ່ວຍເຫລືອເຊິ່ງກັນແລະກັນ ລະຫວ່າງ ສະມາຊິກ ແລະ ຊ່ວຍເຫລືອສັງຄົມ, ປົກປ້ອງສິດ ແລະ ຜົນປະໂຫຍດທີ່ຊອບທຳຂອງສະມາຄົມ ແລະ ສະມາຊິກຄົນພິການ ທຸກປະເພດ ໃນຂອບເຂດທົ່ວປະເທດ ປະກອບສ່ວນສ້າງສາພັດທະນາປະເທດຊາດ ແລະ ລືບລ້າງຄວາມທຸກຍາກ.

ບັດປະຈຳຕົວ ເປັນເອກະສານປະຈຳຕົວບຸກຄົນທີ່ສຳຄັນ ໂດຍບຸກຄົນຜູ້ມີສັນຊາດລາວທີ່ມີອາຍຸແຕ່ 18 ປີຂື້ນໄປ ຕ້ອງມີບັດປະຈຳຕົວເພື່ອມີໄວ້ໃຊ້ໃນການສະແດງຕົນຕ່າງໆ ເຊັ່ນ ການເຮັດທຸລະກຳ ການຂໍສະຫວັດດີການ ການໃຊ້ຍືນຍັນຕົວຕົນຕ່າງໆ .

ບັດສະມາຊິກສະມາຄົມຄົນພິການແຫ່ງຊາດລາວ ແມ່ນບັດສຳລັບຢັ້ງການຂື້ນທະບຽນປະຫວັດບຸກຄົນ ເພື່ອໃຊ້ສຳລັບຢັ້ງຢືນຕົວຕົນ, ປະກອບເອກະສານ ແລະ ເຄື່ອນໄຫວວຽກງານຕ່າງໆພາຍໃຕ້ກົດລະບົບ, ນະໂຍບາດຂອງສະມາຄົມ ແລະ ກົດໝາຍວ່າດ້ວຍຄົນພິການ.

ບ່ອນອີງ:
  1. ອີງຕາມ ດຳລັດ 238/ລບ, ລົງວັນທີ່ 11 ສິງຫາ 2017 ວ່າດ້ວຍສະມາຄົມ;
  2. ອີງຕາມ ກົດໝາຍວ່າດ້ວຍຄົນພິການ ສະບັບເລກທີ່: 57/ສພຊ, ລົງວັນທີ່ 10 ທັນວາ 2018, ມາດຕາ 25 ສິດຂອງຄົນພິການ;
  3. ອີງຕາມ ຂໍ້ຕົກລົງ ວ່າດ້ວຍການອະນຸມັດສ້າງຕັ້ງສະມາຄົມ ຄົນພິການແຫ່ງຊາດລາວ ເລກທີ່ 54/ພນ, ລົງວັນທີ່: 13 ກັນຍາ 2021;
  4. ອີງຕາມ ແຜນພັກດທະນາ ເສດຖະກິດດິຈີຕອນ ແຫ່ງຊາດ ໄລຍະ 5 ປີ ຄັ້ງວັນທີ່ I (ປີ 2021 - 2025)
  5. ອີງຕາມ ແຈ້ງການຂອງຫ້ອງການສະມາຄົມຄົນພິການແຫ່ງຊາດລາວ ເລກທີ່: ລົງວັນທີ່:
  6. ອີງຕາມ ບົດບັນທຶກ ວ່າດ້ວຍການຮ່ວວມມື ແລະ ສະໜັບສະໜູນວຽກງານກ່ຽວກັບການໃຫ້ບໍລິການດິຈີຕອນໄອຊີທີແບບມີສ່ວນຮ່ວມ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ກຸ່ມສະມາຊິກຜູ້ພິການ ລະຫວ່າງ ບໍລິສັດວັນມີຣາໂຄ ແລະ ສະມາຄົມຄົນພິການແຫ່ງຊາດລາວ ຄັ້ງວັນທີ່: 25 ພະຈິກ 2022;
  7. ອີງຕາມ ບົດບັນທຶກ ວ່າດ້ວຍຮ່ວມກັນສຶກສາ ແລະ ພັດທະນາແອບພີເຄຊັນ ລະບົບຖານຂໍ້ມູນສະມາຊິກ ສະມາຄົມຄົນພິການ ແຫ່ງຊາດລາວ ຄັ້ງວັນທີ່: 29 ທັນວາ 2022;